Friday, March 5, 2021

ວິທີປະຕິບັດຕໍ່ສິ່ງທີ່ສົງໃສ ຫຼື ຄວາມເຊື່ອ 10 ປະການ

   #ວິທີປະຕິບັດຕໍ່ສິ່ງທີ່ສົງໃສ ຫຼື ຄວາມເຊື່ອ 10 ປະການ  (ກາລາມມະສູດ)


     ຫຼັກທໍາໃນພຣະພຸດທະສາສະໜານີ້ ພຣະພຸດທະເຈົ້າໄດ້ສະແດງຕໍ່ ຊາວກາລາມະ ເນື່ອງຈາກໃນສະໃໝ່ນັ້ນມີຜູ້ອວດອ້າງຕົນໃນຄຸນວິເສດຫຼາຍ ເຊິດຊູແຕ່ລັດທິຂອງຕົນ ເວົ້າຈາກະທົບກະເທືອນດູໝິ້ນລັດທິອື່ນ  ພ້ອມທັງຊັກຈູງບໍ່ໃຫ້ເຊື່ອລັດທິອື່ນ ເມື່ອພຣະພຸດທະເຈົ້າໄປເຖິງ ດິນແດນທີ່ເຕັມໄປດ້ວຍຜູ້ອວດອ້າງ ຊາວກາລະມະໄດ້ຮຽນຖາມດ້ວຍຄວາມສົງໃສວ່າ ໃຜເວົ້າຖືກ ແລະ ໃຜເວົ້າຜິດ?        

ພຣະພຸດທະອົງ ໄດ້ສະແດງ ກາລາມມະສູດ ວ່າດ້ວຍ ວິທີປະຕິບັດຕໍ່ກັບສິ່ງສົງໃສ ຫຼື ຫຼັກຄວາມເຊື້ອ 10 ປະການ ເປັນຫຼັກຕັດສິນຄື:

ຢ່າປົງໃຈເຊື່ອ ດ້ວຍການຟັງຕໍ່ໆ ກັນມາ

ຢ່າປົງໃຈເຊື່ອ ດ້ວຍການຖືສືບໆ ກັນມາ

ຢ່າປົງໃຈເຊື່ອ ດ້ວຍການເລົ່າລື

ຢ່າປົງໃຈເຊື່ອ ດ້ວຍການອ້າງຕໍາລາ ຫຼື ຄໍາພີ

ຢ່າປົງໃຈເຊື່ອ ເພາະມັນຕະລົກ

ຢ່າປົງໃຈເຊື່ອ ເພາະການອານຸມານ (ຄາດເດົາເອງ)

ຢ່າປົງໃຈເຊື່ອ ດ້ວຍການຄິດໄຕ່ຕອງຕາມແນວທາງເຫດແລະຜົນ

ຢ່າປົງໃຈເຊື່ອ ເພາະເຂົ້າກັນໄດ້ດີກັບທິດສະດີທີ່ມີມາແລ້ວ

ຢ່າປົງໃຈເຊື່ອ ເພາະເບີ່ງເຫັນຮູບລັກສະນະໜ້າຈະເປັນໄປໄດ້

ຢ່າປົງໃຈເຊື່ອ ເພາະນັບຖືວ່າ ທ່ານຜູ້ນີ້ ເປັນຄູຂອງເຮົາ

+ ເມື່ອໄດ້ສອບສວນຈົນໄດ້ຮູ້ດ້ວຍຕົນເອງວ່າ ທໍາເລົ່ານັ້ນເປັນອະກຸສົນ ຫຼື ມີໂທດ ເມື່ອນັ້ນ, ໃຫ້ປະຖີ້ມເສຍໄປ

+ ເມື່ອໄດ້ສອບສວນຈົນໄດ້ຮູ້ດ້ວຍຕົນເອງວ່າ ທໍາເລົ່ານັ້ນເປັນກຸສົນ ຫຼື ບໍ່ມີໂທດ ເມື່ອນັ້ນ, ແມ່ນໃຫ້ຖືປະຕິບັດ

No comments:

10 ເຄັດລັບການຮັກສາຄອມພິວເຕີທີ່ຈຳເປັນ

     ຄ ອມພິວເຕີໃນທຸກມື້ນີ້ມີຮູບຮ່າງ ແລະຂະໜາດທີ່ແຕກຕ່າງກັນຫຼາຍ, ແລະແຕ່ລະອັນເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກດິຈິຕອນຂອງພວກເຮົາໄດ້ທຸກເວລາ. ບໍ່ວ່າທ່...