Monday, February 8, 2021

#AI ເອໄອ ແມ່ນຫຍັງ?

    ສະບາຍດີທຸກ ເຄີຍໄດ້ຍີນບໍ່ ຄໍາວ່າ "ເອໄອ ເທັກໂນໂລຢີ" ຄິດວ່າຫຼາຍຄົນກະຄົງຈະເຄີຍໄດ້ຍິນມາແລ້ວ ຊັນເຮົາມາສ້າງຄວາມຮູ້ຈັກກັບເອໄອ ໃຫ້ຫຼາຍຂື້ນເນາະ.
    AI ຫຍໍ້ມາຈາກ Artificial Intelligence ຫຼື ແປເປັນຄໍາໃນພາສາລາວວ່າ “ປັນຍາປະດິດ” ເປັນລະດັບຊັ້ນໜຶ່ງໃນວິທະຍາການທາງຄອມພີວເຕີ ຄໍາວ່າ AI ໄດ້ກ່າວເຖີງຢ່າງກວ້າງຂວງ 20 ປີແລ້ວ ຊ່ວງທີ່ຮິດຕິດຮູ້ກັນສຸດໆ ນັ້ນໄດ້ມີຮູບເງົາເລື່ອງ Artificial Intelligence: AI ກໍາກັບໂດຍ ສຕີເວ້ນ ສະປິດເບິກ ໃນປີ ຄສ 2001
    AI ແມ່ນເທັກໂນໂລຢີ ສະໜອງກົດຈັກທີ່ມີຄວາມສາມາດຄິດໄດ້ຄືມະນຸດ
    ພື້ນຖານຂອງ AI ຄືເທັກໂນໂລຢີທີ່ຖືກອອກແບບມາໃຫ້ລະບົບເຮັດວຽກຄືກັບການເຮັດວຽກຂອງສະໝອງມະນຸດ, AI ທີ່ໃຊ້ໃນວຽກວົງກວ້າງທຸກມື້ນີ້ບໍ່ໄດ້ມີຈຸດປະສົງ ທີ່ຈະຮຽນແບບການເຮັດວຽກໃຫ້ຄືກັບສະໝອງຂອງມະນຸດໄປໝົດ ແຕ່ຈຸດປະສົງທີ່ຫວັງຄື “output” ຂອງ AI ຈະສາມາດຕອບໂຕ້ກັບຜູ້ໃຊ້ ໄດ້ໂດຍກົງ ປັດຈຸບັນຊອບແວຫຼາຍໆຕົວ ທີ່ຄັບເຄື່ອນລະບົບ AI ນັ້ນຕ່າງກໍຕ້ອງການໃຫ້ຜູ້ໃຊ້ມີຄວາມຮູ້ສຶກຄືກັບການຕອບໂຕ້ກັບມຸດນຸດຫຼາຍທີ່ສຸດ
    AI ທີ່ຖືກສ້າງຂື້ນມາໃໝ່ກໍ່ຍັງບໍ່ສົມບູນແບບຄືມະນຸດ ມະນຸດທີ່ເກີດໃໝ່ ຕ່າງກໍ່ຮຽນຮູ້ ແລະນໍາມາປະຍຸກໃຊ້ ການຮຽນຮູ້ຂອງ AI ຄືກັບມະນຸດ ຄືຮັບຮູ້ຂ່າວສານ ຂໍ້ມູນ ແລ້ວນໍາມາປະມວນຜົນຈາກນັ້ນຈັດເກັບເພື່ອນໍາມາປະຍຸກໃຊ້ໃນອານາຄົດ ຍົກຕົວຢ່າງການຮຽນຮູ້ຂອງ AI ຄືກັບເດັກນ້ອຍຜູ້ໜຶ່ງ ທີ່ໄປຈັບໄຟແລ້ວຮູ້ສຶກຮ້ອນ ສະໝອງຮັບຮູ້ຄວາມເຈັບປວດ ຈຶ່ງໄດ້ຈືຈໍາ ແລະຈະບໍ່ເຮັດອີກ

    ຮູ້ໃຫເເລິກລົງໄປອິກລະດັບ ຮູບແບບການເຮັດວຽກຂອງ AI ປຽບເໝືອນກັບວຽກທີ່ຊ້ອນກັນຢູ່ 4 ວົງ ມີຈຸດສູນກາງຮ່ວມກັນ, AI ຄືວົງໃຫຍ່ສຸດຢູ່ນອກສຸດ ວົງດ້ານທັດມາຄື ການຮຽນຮູ້ຂອງກົດຈັກ (Machine Learning ຫຼື ML) ML ເປັນສ່ວນໜຶ່ງຂອງ AI ມີໜ້າທີ່ ໃນການຮຽນຮູ້ແຕ່ພາຍໃຕ້ການເຮັດວຽກ ML ນັ້ນກໍ່ຕ້ອງຍັງຂື້ນຢູ່ກັບວຽກວົງທັດໄປຄື ການຮຽນຮູ້ໃນດ້ານສ່ວນເລິກ (Deep Learning ຫຼື DL) ແລະ ສຸດທ້າຍຄືວົງໃນສຸດ ເປັນສ່ວນທີ່ເຮດໃຫ້ໜ້ທີ່ສໍາຄັນ ທີ່ການເຮັດວຽກຂອງທັງ 3 ວົງນອກຈະຂື້ນຢູ່ກັບວົງນີ້ກໍຄື  ໂຄງຄ່າຍປະສານທຽມ (Neural Networks ຫຼື Intel)
   ຮູບແບບການເຮັດວຽກປະສານກັນຂອງແຕ່ລະສ່ວນຂອງ AI ນັ້ນໄດ້ຮັບແຮງບັນດານໃຈຈາກ”ຄວາມຮູ້ສຶກນຶກຄິດຂອງມະນຸດ”, ສ່ວນທີ່ເປັນຫົວໃຈສໍາຄັນຄື Neural Network ໜ້າທີ່ຫຼັກ ແລະ ຊັດເຈນຂອງມັນແມ່ນ “ຄິດ”ໃຫ້ໄດ້ຄືກັນກັບແນວຄິດຂອງມະນຸດ ການເຮັດວຽກຂອງສະໝອງມະນຸດນັ້ນໜ້າຕື່ນຕາຕື່ນໃຈຫຼາຍ ເພາະສະໝອງຂອງພວກເຮົານັ້ນເຮັດໜ້າທີ່ຫຼາຍຢ່າງພ້ອມກັນໃຫ້ເປັນເລື່ອງງ່າຍດາຍ ໃນສະໝອງຂອງມະນຸດນັ້ນມີລະບົບປະສາດນັບພັນລ້ານຕົວທີ່ເຮັດໜ້າທີ່ເຊື່ອງໂຍງກັນແລະ ມີຈຸດປະສານກັນທີ່ເອິ່ນວ່າ synapses ອິກລ້ານໆຈຸດ ການທີ່ທຸກຈຸດເຮັດວຽກໄດ້ພ້ອມກັນແບບນີ້ ເຮັດໃຫ້ລະບົບການເຮັດວຽກຂອງສະໝອງມະນຸດນັ້ນຍາກທີ່ຈະຮຽນແບບໄດ້ ແລະ ນັ້ນຄືເປົ່າໝາຍ ທີ່ບັນດານັກວິທະຍາສາດ, ນັກຄະນິດສາດ ແລະ ບັນດາຜູ້ຊຽວຊານໃນແຕ່ລະດ້ານພະຍາຍາມພັດທະນາລະບົບຄວາມສາມາດນຶກຄິດ Neural Network ໃຫ້ເຮັດວຽກໄດ້ຄືກັບສະໝອງຂອງມະນຸດ.









No comments:

10 ເຄັດລັບການຮັກສາຄອມພິວເຕີທີ່ຈຳເປັນ

     ຄ ອມພິວເຕີໃນທຸກມື້ນີ້ມີຮູບຮ່າງ ແລະຂະໜາດທີ່ແຕກຕ່າງກັນຫຼາຍ, ແລະແຕ່ລະອັນເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກດິຈິຕອນຂອງພວກເຮົາໄດ້ທຸກເວລາ. ບໍ່ວ່າທ່...