Thursday, February 4, 2021

#5G_ມາສິເກີດຫຍັງຂື້ນ

    7 ສີ່ງທີ່ "5G" ຈະເຂົ້າມາພິກໜ້າປະຫວັດສາດ ຂອງການສືສານໂລກ

        ຕອນນີ້ທຸກໆ ປະເທດກໍາລັງເລັງເປົ່າພັດທະນາ 5G ຢ່າງເຕັມກໍາລັງ ເຊີງຫຼາຍຄົນອາດຈະສົງໃສວ່າການມາຂອງ 5G ນັ້ນມັນມີຄວາມສໍາຄັນແບບໃດ ແລ້ວມັນຈະແຕກຕ່າງກັນກັບການມາຂອງ 4G ແບບໃດແດ່ ພຽງແຕ່ເຮັດໃຫ້ອິນເຕີເນັດແຮງ ແລະ ໄວຂື້ນຢ່າງດຽວບໍ? ແຕ່ທາດແທ້ 5G ນັ້ນມີລາຍລະອຽດຕັ້ງຫຼວງຫຼາຍ ແຕ່ວ່າມາເບີ່ງສິ່ງທີ່ໃກ້ຕົວຕົນ ແລະ ໃນຈີນຈະນາການຂອງເຮົາທີ່ສຸດແລ້ວແມ່ນມີ 7 ສີ່ງທີ່ 5G ຈະຊ່ວຍປ່ຽນແປງວິຖີຊີວິດຂອງພວກເຮົາແບບເປັນໄປໄດ້ເລີຍແລະຄື:

1. Smart City ເມືອງອັດສະລິຍະ; Smart City ເມື່ອຟັງແລ້ວກະຄືດຈີນຈະນາການຍາກແດ່ ຖ້າຫາກມັນເລີມຈາກສິ່ງອ້ອມຕົວເຮົາກະໄຄແດ່ ‘ຕູ້ເຢັນ’ ທີ່ຈະສາມາດເວົ້າກັບຜູ້ຊ່ວຍອັດສະລິຍະ ແລະ ຍັງສາມາດຄອບຄຸມໄດ້ດ້ວຍຄໍາສັ່ງສຽງ ຫຼື ສັນຍາເຈລະຈາຕ່າງໆ ກໍ່ມາມາດສົ່ງການແຈ້ງເຕືອນຕ່າງໆ ເຂົ້າມາເທີງໜ້າປົກເຮົາໄດ້ທັນທີ່ ຫຼື ບາງຄັ້ງທີ່ເຮົາຕ້ອງການຕື່ມເຊົ້າໆ  ສາມາດໂຕ້ຕອບສາມາດເຕືອນໃຫ້ຕື່ມພ້ອມ ກັບຄໍາສັງທີ່ເຮັດວຽກກັບຮ້ານກາເຟ ແບບລວງໜ້າໄວ້ແລ້ວຮຽບຮ້ອຍ ມາເຖີງກໍພ້ອມລືບໄດ້ທັນທີ 5G ຮອງຮັບການເຊື່ອມຕໍ່ອຸປະກອນທີ່ສະຖຽນ ແລະ  ແລະໄວກວ່າ 4G ໂດຍ 4G ຮອງຮັບການເຊື່ອມຕໍ່ທີ່ສະຖຽນ 2,000 ອຸປະກອນ 984,000 ຕາແມັດສາມ (m^3) ໃນຂະນະທີ່ 5G ສາມາດເຊື່ອມກັບອຸປະກອນໄດ້ເບັບລ້ານກວ່າເມືອງອັດສະລິຍະ IoT ມາໃຊ້ໃນຊີວິດປະຈໍາວັນຫຼາຍຂື້ນນັ້ນ ສະແດງວ່າມັນບໍ່ແມ່ນເລື່ອງທີ່ໄກຕົວແລ້ວ.

 

 2. ລົດໄຮ້ຄົນຄັບ; ລົດທີ່ບໍ່ມີຄົນຄັບກໍເປັນອີກໜຶ່ງເທັກໂນໂລຢີຈາກຮູບເງົາທີ່ຫຼາຍໆຄົນມັກເບີ່ງ ແລະ ເພື່ອເຮັດໃຫ້ມັນສົມບູນທີ່ສຸດ ລົດທີ່ບໍ່ມີຄົນຄັບກະຕ້ອງອາໃສເທັກໂນໂລຢີ 5G ເນື່ອງຈາກເວລາຄັບລົດໃຫຍ່ນັ້ນຈໍາເປັນຕ້ອງໃຊ້ການຕັດສິນໃຈຢ່າງວ່ອງໄວ ເຊີ່ງ 5G ມີຄ່າຄວາມລີເລ ຫຼື ເຮົາເອີນການວ່າຄ່າຄວາມປິ່ງຕໍ່າ ເຮັດໃຫ້ລົດບໍ່ມີຄົນຄັບສາມາດແລກປ່ຽນຂໍ້ມູນເທີງ Cloud ແລະ ອຸປະກອນອື່ນໆ ເທີງທ້ອງຖະໜົນໄດ້ຢ່າງວ່ອງໄວ ແນ່ນອນວ່າບໍລິສັດດ້ານເຕັກໂນໂລຊີຂະໝາດໃຫຍ່ໆ ຄື Tesla, Google, Apple ແລະ Uber ຕ່າງກໍ່ກໍາລັງພັດທະນາ 5G ເພື່ອໃຫ້ເກີດການໃຊ້ວຽກໄດ້ແທ້ ເຮົາອາດບໍ່ຕ້ອງລໍຖ້າດົນເກິນໄປທີ່ຈະເຫັນລົດໃຫຍ່ໄຮ້ຄົນຄັບທີ່ມີການເຮັດວຽກໄດ້ແທ້ໆຈິງ.

3. Augmented Reality/Virtual Reality; Virtual Reality ເປັນຄືກັບເທັກໂນໂລຊີທີ່ເປັນກີມມິກ ແລະ ມີການໂຄສະນາທີ່ໜັກໜ່ວງຫຼາຍເມື່ອ 2-3 ປີກ່ອນ ແຕ່ການໃຊ້ວຽກແບບຈິງຈັງນັ້ນຍັງບໍ່ຄ່ອຍເຫັນຫຼາຍເທື່ອ ໂດຍສະເພາະປັດຈຸບັນເທັກໂນໂລຊີນີ້ກໍາລັງປະເຊີນຄວາມທ້າທາຍຢ່າງໜັກ ເນື່ອງຈາກວ່າອຸປະກອນ AR/VR ມີຂະໜາດໃຫຍ່ລຸງລັງ ແລະ ເພື່ອໃຫ້ມີປະສິດທິພາບສູງສຸດກໍ່ຕ້ອງໃຊ້ຮາດແວທີ່ແຮງ ສົ່ງປະສິດທິພາບ ນອກຈາກນັ້ນປະສິດທິພາບຂອງ AR/VR ຕ້ອງການແບນວີວ ແລະ ປະສິດທິພາບສູງເພື່ອໃຫ້ໂລກຄ່າຍຈີງໃຫ້ຄືກັບຄວາມຈີງທີ່ສຸດ ເຊີ່ງ 5G ຈະເຂົ້າມາມີບົດບາດໃຫ້ AR/VR ມີການສະແດງຜົນທີ່ສົມຈິງຫຼາຍຍີ່ງຂື້ນ ຫຼຸດຜ່ອນຄວາມນ່ວງໃນການໃຊ້ວຽກ ແລະ ຫາກວ່າເຮົາເບີ່ງໃຫ້ຂ້າມສະເພາະເລື່ອງເກມໄປ AR/VR ຈະສາມາດໂຕ້ຕອບຂ້າມປະເທດທົ່ວໂລກໄດ້ໃກ້ຄຽງເວລາຈິງຫຼາຍຂື້ນຄື ການປະຊຸມທາງໄກທີ່ບໍ່ມີການລີເລຂອງສັນຍານເລີຍ.

 4. ອຸດສາຫະກໍາສຕຣີມ; ຕໍ່ໃຫ້ບໍ່ມີໄວລັດໂຄໂລນາບໍລິສັດສຕຣີມກໍ່ເຕີບໂຕຢ່າງວ່ອງໄວໃນຊວງບໍ່ເທົ່າໃດປີຜ່ານມາ ການທີ່ຈະເບີ່ງສຕຣີມໃຫ້ມ່ວນກະຕ້ອງມີ ທີວີຈໍໃຫຍ່ຄວາມລະອຽດລະດັບ 4K ທີ່ອາໃສ LAN ກໍ່ສາມາດຮັບຊົມໄດ້ຢ່າງລ່ຽນໄຫຼ ແຕ່ບໍ່ແມ່ນທຸກອຸປະກອນຈະສາມາດເຮັດແບບນີ້ໄດ້ ປັດຈຸບັນຄວາມລະອຽດ 8K ນັ້ນກໍ່ກໍາລັງເຂົ້າສູ່ຕາຫຼາດມາແບບພາກພຽນ ເຊີ່ງ 5G ນັ້ນເໝາະສົມຫຼາຍສໍາລັບການຮັບຊົມສຕຣີມຜ່ານອຸປະກອນພົກພາຄືສະມາດໂຟ່ນ ຫຼືແທັບເລັດເພາະມີຄ່າດາວໂຫຼດສູງຫຼາຍ ຊ່ວຍໃຫ້ເຮົາໄດ້ຮັບຊົມສຕຣີມຢ່າງເພີດເພິນ.

5. ອຸດສາຫະກໍາເກມ; ປັດຈຸບັນ 4G ມີຄ່າຄວາມລີເລ Latency ສະເລ່ຍ 70ms ໃນຂະນະທີ 5G ມີຄວາມດີເລີດຢູ່ທີ່ 1ms (ໃນທາງທີດສະດີ) ນັ້ນໝາຍຄວາມວ່າເຮົາສາມາດຫຼີ້ນເກມອ່ອນລາຍໄດ້ທຸກຮູບແບບເກມເຊັ່ນ: RoV, PUBG ແລະ ເກມ ອື່ນໆ ໄດ້ໂດຍບໍ່ລີເລຈັກໜ້ອຍເລີຍໂດຍສະເພາະແຟດຟາມຮູບແບບ Cloud ຄື Google Stadia ຫຼື Microsoft xCloud ຈະໄດ້ຮັບປະໂຫຍດຈາກການເຂົ້າມາຂອງ 5G ແບບເຕັມໆເລີຍແລະ.

6. ດາວໂຫຼດແຮງ; ເລື່ອງຄວາມໄວໃນການດາວໂຫຼດນັບເປັນສິ່ງທີ່ແນ່ນອນກັບ 5G ມີຄວາມໄວໃນການດາວໂຫຼດສູງກວ່າ 4G ເຖີງ 20% ໃນບາງປະເທດປະກົດວ່າ 5G ນັ້ນໄວຍີ່ງກວ່າ Wi-Fi ອີກຊໍ້າ ນັ້ນໝາຍຄວາມວ່າ ຄວາມໄວລະດັບ broadband ທີ່ພົກພາໄປໄດ້ທຸກສະຖານທີ່ກໍາລັງຈະມາໃນໄວໆນີ້.

7. 5G ກັບດ້ານສຸກຂະພາບ; 5G ຈະຊ່ວຍຍົກລະດັບການຮັກສາທາງການແພດໃຫ້ດີຍີ່ງຂື້ນໂດຍສະເພາະກຸ່ມອຸປະກອນທາງການແພດຄື ອຸປະກອນກວດກາສຸຂະພາບ, ເຄື່ອງຄັດຕອງ, ເຄື່ອງມືສໍາລັບວິນິໄສໂລກ ແລະ ຍັງສາມາດໃຊ້ຄອບຄຸມເຄື່ອງມືທາງການແພດຈາກໄລຍະໄກໂດຍບໍ່ມີການລີເລເນື່ອງຈາກວ່າ Latency ທີ່ຕໍ່າຂອງ 5G ຕົວຢ່າງຄື ການຜາຕັດທາງໄກ.

No comments:

10 ເຄັດລັບການຮັກສາຄອມພິວເຕີທີ່ຈຳເປັນ

     ຄ ອມພິວເຕີໃນທຸກມື້ນີ້ມີຮູບຮ່າງ ແລະຂະໜາດທີ່ແຕກຕ່າງກັນຫຼາຍ, ແລະແຕ່ລະອັນເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກດິຈິຕອນຂອງພວກເຮົາໄດ້ທຸກເວລາ. ບໍ່ວ່າທ່...