Thursday, February 4, 2021

#ມາຮູ້ຈັກກັບຂໍ້ມູນ

     ທ່ານເຂົ້າໃຈແນວໃດກ່ຽວກັບຂໍ້ມູນ?

    ມີຫຼາຍໆຄົນກໍ່ຍັງສົງໃສກ່ຽວກັບຂໍ້ມູນ ໃນບົດຄວາມນີ້ເຮົາມາເວົ້າກ່ຽວກັບຂໍ້ມູນນໍາກັນເນາະ ຄໍາວ່າ "ຂໍ້ມູນ" ຄໍາວ່າ "ຂໍ້ມູນຂ່າວສານ" ສອງຄໍານີ້ມີຄວາມໝາຍແຕກຕ່າງກັນໄປດັ່ງນີ້:
    
       
     ຂໍ້ມູນ (Data) ແມ່ນຂໍ້ຄວາມຈິງຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກງານ ອາດຈະເປັນຕົວເລກ ຫຼື ຂໍ້ຄວາມທີ່ເກີດຂື້ນຈາກການດໍາເນີນການ ຫຼື ໄດ້ຈາກໜ່ວຍງານອື່ນໆ ຂໍ້ມູນເລົ່ານີ້ຍັງບໍ່ສາມາດນໍາໄປໃຊ້ປະໂຫຍດໃນການຕັດສີນໃຈທັນທີ່ເທື່ອ ຈະນໍາໄປໃຊ້ໄດ້ ກໍຕໍ່ເມື່ອໄດ້ຜ່ານການປະມວນຜົນແລ້ວກ່ອນ.

        ຂໍ້ມູນຂ່າວສານ (Information) ເປັນຂໍ້ມູນທີ່ໄດ້ຜ່ານຂະບວນການປະມວນຜົນມາແລ້ວ  ອາດໃຊ້ວິທີການງ່າຍໆເຊັ່ນ:ຫາຄ່າສະເລ່ຍ ຫຼື ໃຊ້ເທັກນິກຂັ້ນສູງ ຄືການວິໄຈດໍາເນີນການ ເປັນຕົ້ນແມ່ນເພື່ອປ່ຽນແປງສະພາບຂໍ້ມູນທົ່ວໄປໃຫ້ຢູ່ໃນຮູບແບບທີ່ມີຄວາມສໍາພັນກັນຫຼື ມີຄວາມກ່ຽວຂ້ອງກັນ ເພື່ອຮັບໃຊ້ແກ້ປະໂຫຍດໃນການຕັດສີນໃຈ ຫຼື ຕອບບັນຫາຕ່າງໆໄດ້   ຂໍ້ມູນຂ່າວສານປະກອບດ້ວຍຂໍ້ມູນເອກະສານ, ສຽງ ຮູບພາບຕ່າງໆ ແຕ່ຈັດຮູບແບບເລື່ອງລາວໃຫ້ຢູ່ໃນແບບທີ່ມີຄວາມໝາຍ   ຂໍ້ມູນຂ່າວສານບໍ່ໄດ້ຈໍາກັດສະເພາະພຽງແຕ່ໂຕເລກຢ່າງດ່ຽວເທົ່ານັ້ນ.


No comments:

ວິທະຍາສາດແມ່ນຫຍັງ?

    ວິທະຍາສາດແມ່ນລະບົບຄວາມຮູ້ທີ່ກ່ຽວຂ້ອງກັບໂລກທາງດ້ານກາຍຍະພາບ ແລະປະກົດການຕ່າງໆ, ໂດຍທົ່ວໄປ, ວິທະຍາສາດກ່ຽວມັກຂ້ອງກັບການສະແຫວງຫາຄວາມຮູ້ທີ່ກວມເອ...