Friday, March 31, 2017

ບົດຄວາມເລື່ອງ "ຄວາມແຕກຕາງທາງຖານະ"

ໃນໂລກຂອງການປ່ຽນແປງແຫ່ງວັດຖຸນິຍົມຂອງການກ່າວໄປຫາຄວາມສໍາເລັດ, ຄວາມໝັ້ນຄົງ ແລະ ສິ່ງທີ່ດີກວ່າ ແລະ ທຸກສິ່ງຢ່າງເຫຼົ່ານີ້ແມ່ນການພະຍາຍາມທີ່ຈະກາຍເປັນຜູ້ຖືກເລືອກແຫ່ງການຍອມຮັບ ເຊິ່ງພວກເຮົາເຂົ້າໃຈນໍາກັນໃນນາມວ່າ "ຜູ້ດີ" ເຊິ່ງຄໍາສັບນີ້ໃຜກໍເປັນໄດ້ໃນອີກມູນໜຶ່ງຂອງຊີວິດ ບາງຄັ້ງຄົນເຮົາມັກຈະຄິດເຖິງແຕ່ຄວາມສະດວກຄວາມເຕັມພ້ອມໄປດ້ວຍສັບສິນມີຄ່າອ້ອມຮອບຕົວຕົນຂອງເຮົາເອງ ເຊິ່ງໃນນີ້ ມີຄົນຈໍານວນຫຼາຍທີ່ມີສິ່ງທີ່ວ່າ ແຕ່ບາງຄັ້ງອິກເຮົາ ແລະ ຜູ້ອື່ນໆຍັງເບິ່ງບໍ່ເຫັນສິ່ງທີ່ຜູ້ຖືກເລືອກຂາດຫາຍໄປ ເຊິ່ງມັນໄດ້ຖືກບົດບັງຈາກວັດຖຸທີ່ເຮັດໃຫ້ເກີດມີແສງສະຫວ່າງອັນແຮງກ້າຈົນບາງຄັ້ງ ຜູ້ທີ່ຖືກເລືອກໃນລະດັບດ່ຽວກັນກໍບໍ່ສາມາດເບິ່ງ ຫຼື ຄົ້ນຫາໄດ້ພົບ ແຕ່ໃນທິດທາງກັບກັນຈາກຕົວຈິງ ຄົນທໍາມະດາພັດມີສາຍຕາທີ່ສາມາດເບິ່ງເຫັນໄດ້ເຖິງເຫດຜົນ ແລະ ສິ່ງທີ່ຂາດໄປຂອງຜູ້ທີ່ຖືກເລືອກເອິ່ນກັນວ່າ ຄວາມຕ້ອງການຂອງເຂົາເຈົ້າ ແນ່ນອນຄວາມຕ້ອງການມີຫຼາຍລະດັບ ແຕ່ຄວາມຕ້ອງການໃນລະດັບທີ່ເປັນການຍອມຮັບໂດຍບຸກຄົນມີຄວາມໝາຍສໍາຄັນຕໍ່ການມີຊີວິດຂອງເຂົາຄົນນັ້ນ ແລະ ບຸກຄົນທີ່ມີສ່ວນກ່ຽວຂ້ອງທັງສາຍຕາ, ຄວາມຮູ້ສຶກຕໍ່ທໍາມະຊາດວັດຖຸ ແລະ ຊີວິດສັງຄົມ ອັນເຮັດໃຫ້ມີຄວາມແຕກຕ່າງທາງດ້ານພຶດຕິກໍາການ ເຫັນອົກເຫັນໃຈກັນໃນລະດັບຄວາມແຕກຕ່າງທາງດ້ານຖານະ, ສ່ວນອີກຫຼາຍໆບຸກຄົນກໍ່ມີຄວາມແຕກຕ່າງກັນໄປອີກນານາ ແຕ່ສິ່ງທີ່ເປັນທໍາມະຊາດຂອງມະນຸດທີ່ບໍ່ແຕກຕ່າງກັນຄື: ຄວາມເຈັບປວດ, ການຕໍ່ຕ້ານສິ່ງທີ່ເຫັນຕ່າງ, ຄວາມຮູ້ສຶກທີ່ແຕກຕ່າງ, ຄວາມຄິດຕໍ່ວັດຖຸ, ອາລົມຈິດ ແລະ ຄວາມຕາຍ ນອກຈາກສິ່ງເຫຼົ້ານີ້ແລ້ວ ສິ່ງອື່ນໆ ເປັນພຽງແຕ່ແນວທາງທີ່ຈະກໍໃຫ້ເກີດ ບໍ່ແມ່ນຄວາມແຕກຕ່າງຢ່າງແທ້ຈິງ ເມື່ອໃດທີ່ເກີດຄວາມແຕກຕ່າງເຫຼົ້ານີ້ ນັ້ນ, ໝາຍເຖິງ ການຍົກເອົາແນວທາງມາເປັນເກາະກໍາບັງປ້ອງກັນຄວາມແຕກຕ່າງເລົ່ານີ້ອອກ ເຊິ່ງສະແດງເຖິງຖານະທາງສັງຄົມ, ວັດຖຸທາງທໍາມະຊາດ ແລະ ການທີ່ໄດ້ເປັນ "ຜູ້ຖືກເລືອກ" ສະນັ້ນ, ຈຶ່ງເກີດຄໍາຖາມຫຼາກຫຼາຍຂອງມວນມະນຸດໂລກ..................ຮູ້ບໍ່ຄໍາຖາມມີຫຍັງແດ່ຄິດເບິ່ງດຸ ມັນອາດຈະເປັນຄືເຈົ້າຢາກຮູ້ ແລະ ຢາກຖາມນັ້ນແລະ.....................................................

10 ເຄັດລັບການຮັກສາຄອມພິວເຕີທີ່ຈຳເປັນ

     ຄ ອມພິວເຕີໃນທຸກມື້ນີ້ມີຮູບຮ່າງ ແລະຂະໜາດທີ່ແຕກຕ່າງກັນຫຼາຍ, ແລະແຕ່ລະອັນເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກດິຈິຕອນຂອງພວກເຮົາໄດ້ທຸກເວລາ. ບໍ່ວ່າທ່...