Monday, June 12, 2017

ດາວທຽມແມ່ນຫຍັງ?

ດວງເດືອນແມ່ນດາວດວງໜຶ່ງ, ດາວເຄາະ ຫຼື ການໂຄຈອນຂອງດາວຄືດາວ. ຕົວຢ່າງ, ໂລກແມ່ນດາວທຽມ ເນື່ອງຈາກວ່າມັນໂຄຈອນຮອບດວງຕາເວັນ. ເຊັ່ນດຽວກັນນັ້ນ, ດວງເດືອນແມ່ນດາວທຽມ ເນື່ອງຈາກວ່າມັນໂຄຈອນອ້ອມໂລກ. ປົກກະຕິແລ້ວ, ຄໍາວ່າ "ດາວທຽມ" ໝາຍເຖິງວັດຖຸ ທີ່ມະນຸດສ້າງຂື້ນມາແລ້ວສົ່ງຂື້ນໄປເຄື່ອນທີ່ຕາມຊ່ອງທາງການໂຄຈອນ ແລະ ເຄື່ອນຍ້າຍເປັນວົງອ້ອມຮອບໂລກ ຫຼື ພື້ນທີ່ໃດໜຶ່ງ.

ໂລກ ແລະ ດວງຈັນເປັນຕົວຢ່າງດາວເຄາະທີ່ເກີດເອງຕາມທໍາມະຊາດ. ມີດາວຂອງປອມ(ດາວທຽມ)
ເປັນພັນທີ່ມະນຸດສ້າງຂື້ນ, ດາວທຽມໂຄຈອນອ້ອມໂລກ.
ບາງຄັ້ງຮູບພາບຈາກດາວທຽມຖືກໃຊ້ເຂົ້າໃນການພະຍາກອນອາກາດ meteorologists
ຄາດຄະເນດິນຟ້າອາກາດແລະການຕິດຕາມພາຍຸເຮຣິເຄນ hurricanes.
ບາງຄັ້ງໃຊ້ພາບຈາກດາວທຽມເຮັດສິ່ງອື່ນໆນໍາ ເຊັ່ນ: ໃຊ້ສຶກສາດວງຕາເວັນ, ຮູດໍາ, ສະສານມືດ ຫຼື
galaxies ທີ່ຫ່າງໄກ. ຮູບພາບເຫຼົ່ານີ້ຈະຊ່ວຍນັກວິທະຍາສາດເຂົ້າໃຈລະບົບຕາເວັນ ແລະ ຈັກກະວານ.

ດາວທຽມຍັງສາມາດເຮັດໄດ້ອີກຫຼາຍຢ່າງ
ສ່ວນຫຼາຍແມ່ນໃຊ້ສໍາລັບການສື່ສານ, ເຊັ່ນ: ເຮັດໃຫ້ສັນຍານໂທລະພາບ ແລະ
ໂທລະສັບໃນທົ່ວໂລກມີຄວາມຊັດເຈນດີ. ດາວທຽມອີກກຸ່ມ ຫຼາຍກວ່າ 20
ດວງຖືກເຮັດເປັນລະບົບບອກທີ່ຕັ້ງ Positioning System Global ຫຼື GPS.
ຖ້າຫາກວ່າທ່ານໄດ້ຮັບສັນຍານ GPS,
ດາວທຽມເຫຼົ່ານີ້ສາມາດຊ່ວຍໃຫ້ທ່ານຮູ້ເຖິ່ງສະຖານທີ່ຕັ້ງຂອງທ່ານເທິງໜ້າໂລກໄດ້ຈິງແທ້.


ອ້າງອີງຈາກ:  NASA
..................................................................................................................

          (ວີດີໂອຈາກ youtube ດາວທຽມດວງທໍາອິດຂອງ ສປປລາວ)
 

No comments:

10 ເຄັດລັບການຮັກສາຄອມພິວເຕີທີ່ຈຳເປັນ

     ຄ ອມພິວເຕີໃນທຸກມື້ນີ້ມີຮູບຮ່າງ ແລະຂະໜາດທີ່ແຕກຕ່າງກັນຫຼາຍ, ແລະແຕ່ລະອັນເຮັດໃຫ້ພວກເຮົາເຊື່ອມຕໍ່ກັບໂລກດິຈິຕອນຂອງພວກເຮົາໄດ້ທຸກເວລາ. ບໍ່ວ່າທ່...